KhongKhoy ກັບໄປໜ້າຫຼັກຂອງຂ້ອຍ
Powered By Blogger

วันพฤหัสบดีที่ 2 สิงหาคม พ.ศ. 2555

ງົດເຫຼົ້າເຂົ້າພັນສາ.


 ສະບາຍດີທຸກໆທ່ານມື້ນີ້ເປັນມື້ເຂົ້າພັນສາມີໃຜໄດ້ໄປໃສ່ບາດມາແດ່ຫວັງວ່າທຸກທ່ານຄືສິໄດ້ໄປເຮັດບຸນມາກັນໝົດທຸກຄົນເນາະ,ສຳລັບຂ້າພະເຈົ້າເອງແມ່ນບໍ່ໄດ້ໄປ.
 ບໍ່ຮູ້ເປັນຫຍັງຄືກັນວ່າເປັນຫຍັງຂ້ອຍຈຶ່ງບໍ່ຄ່ອຍມັກໄປໃສ່ບາດນິເປັນແບບນີ້ມາແຕ່ນ້ອຍແລ້ວນະເວລາໝູ່ຄູ່ພາຜູ້ ສາວໄປໃສ່ບາດກະຄິດອິດສາເຂົາຢູ່ໃດແຕ່ຕົວເອງພັດບໍ່ຮູ້ສຶກປວດໄປທັ້ງທີ່ໃນໃຈກ່າຄິດຢູ່ໃດວ່າມັນດີແລະຜູ້ສາວ ເຮົາກະໄປຄືກັນ,ແຕ່ກ່ອນກະພໍເຂົ້າໃຈວ່າຕົວເອງເປັນຄົນຂີ້ອາຍຢ້ານອັນນັ້ນອັນນີ້ແບບວ່າຄິດໄປເອງ,ແຕ່ຕອນນີ້ ກະໃຫຍ່ແລ້ວມີຄອບຄົວມັນກະຍັງເປັນຄືເກົ່າ,ແຕ່ກະເຮັດບູນຢູ່ໃດແຕ່ເຮັດໃນທາງອື່ນ,ໃສ່ບາດກ່າເຄີຍຢູ່ແຕ່ວ່າດົນ ດົນຈຶ່ງໄປນຳເຂົາເທື່ອໜຶ່ງ.
 ແຕ່ສາມປີມານີ້ຂ້ອຍກ່າງົດເຫຼົ້າຊ່ວງເຂົ້າພັນສາຕະຫຼອດໃດຂ້ອຍຕັ້ງໃຈໄວ້ວ່າຈະງົດທຸກໆປີໄປຕະຫຼອດບໍ່ຮູ້ວ່າມັນ ຈະສ້າງບຸນກຸສົນຫຍັງໃຫ້ຕົວເອງດອກແຕ່ຮູ້ສຶກວ່າໄດ້ງົດແລ້ວມັນສະບາຍໃຈດີນະ,ອີກຢ່າງກະຄືຊ່ວງທີ່ເຮົາງົດເຫຼົ້າເຮົາຈະໄດ້ຢູ່ກັບຕົວເອງແລະຄອບຄົວຫລາຍຂື້ນສຸຂະພາບກະດີເພາະວ່າໝູ່ກໍ່ຈະບໍ່ຄ່ອຍມາຫາດີປານໃດແລະທີ່ສຳຄັນແມ່ນຊ່ວງນີ້ ແມ່ນປະຫຍັດເງີນໄດ້ດີສຸດໆ.
 ສຸດທ້າຍສີ່ງທີ່ຂ້ອຍໄດ້ຮັບມາຈາກການງົດເຫຼົ້ານັ້ນແມ່ນມັນເຮັດໃຫ້ຂ້ອຍເຂົ້າໃຈວ່າທຸກສີ່ງທຸກຢ່າງທີ່ເຮົາເຮັດໄປ ນັ້ນມັນບໍ່ແມ່ນເພື່ອຫຍັງຫຼືເພື່ອໃຜດອກທັ້ງໝົດນັ້ນມັນກໍ່ແມ່ນເພື່ອຕົວຂອງເຮົາເອງນີ້ລະແລະສິ່ງທີ່ເຮົາໄດ້ມາມັນກໍ່ ເປັນສີ່ງທີ່ດີກັບຕົວຂອງເຮົາທັ້ງນັ້ນ.
                  ສະນັ້ນຂ້າພະເຈົ້າຈຶ່ງຢາກຊວນທຸກຄົນມາງົດເຫຼົ້າເຂົ້າພັນສານຳກັນເນາະ.
ຂໍຂອບໃຈ.