ມີສອງຜົວເມຍຄູ່ໜື່ງແຕ່ງງານກັນມາລາຍປີແລ້ວມີລູກນຳກັນສາມຄົນເປັນຜູ້ຊາຍທັງສາມ,ລູກຜູ້ກົກກັບຜູ້ກາງເກີດມາມີຫໜ້າຕາດີ,ຮູບຮ່າງກໍ່ດີຜິວພັນກໍ່ຂາວແຕ່ລູກຊາຍຄົນສຸດທ້າຍຊ້ຳພັດຂີ້ລ້າຍໆເຕີ້ຍກະເຕີ້ຍດຳກະດຳໜ້າຕາ ແຕກຕ່າງກັບອ້າຍທັງສອງຫຼາຍ.
ຜູ້ເປັນພໍ່ກະເລີຍບໍ່ຄ່ອຍພໍໃຈກັບລູກຊາຍຫຼ້າປານໃດແຕ່ເຂົາກໍ່ເຮັດຫັຽງບໍ່ໄດ້,ຈົນເວລາຜ່ານໄປຫຼາຍປີທັ້ງສາມອ້າຍນ້ອງກໍ່ເຕີບໃຫ່ຽແລະຜູ້ເປັນພໍ່ກໍ່ເຖົ້າແກ່ລົງໄປເຈັບໄຂ້ໄດ້ປ່ວຍຍ້ອນຄວາມຊະລາແລະເຂົາກຳລັງຈະຈາກລູກຈາກ ເມີຍຂອງເຂົາໄປແລ້ວ.
ແຕ່ກ່ອນທີ່ເຂົາຈະຈາກໄປເຂົາຍັງມີຄຳຖາມທີ່ຄ້າງຄາໃຈມານານແສນນານ,ມື້ນີ້ເຂົາຈື່ງຕັດສິນໃຈຂໍຖາມເມີຍຂອງ ເຂົາເປັນຄັ້ງສຸດທ້າຍ.
ຜູ້ເປັນພໍ່: ແມ່ມັນເອີ່ຍຊ່ອຍບອກໃຫ້ຂ້ອຍຕາຍຕາຫຼັບແດ່ດູວ່າບັ່ກລູກຫຼ້າຫັ່ນນະມັນແມ່ນລູກຜູ້ໃດ.
ຜູ້ເປັນແມ່: ພໍ່ມັນເອີ່ຍເຈົ້າສະບາຍໃຈໂລດເດີ່ລູກຜູ້ຫຼ້ານັ້ນແມ່ນລູກຂອງເຈົ້າແທ້ໆ.
ຜູ້ເປັນພໍ່: ແລ້ວເປັນຫັຽງມັນຈັ່ງບໍ່ຄືໝູ່.
ຜູ້ເປັນແມ່: ໂອ່ຍກ່າຜູ້ຫຼ້າຫັ່ນ ມັນເປັນລູກຂອງເຈົ້າ ແຕ່ວ່າຜູ້ກົກກັບຜູ້ກາງຫັ່ນ ບໍ່ແມ່ນລູກຂອງເຈົ້າໃດ.
ไม่มีความคิดเห็น:
แสดงความคิดเห็น