KhongKhoy ກັບໄປໜ້າຫຼັກຂອງຂ້ອຍ
Powered By Blogger

วันพฤหัสบดีที่ 2 สิงหาคม พ.ศ. 2555

ງົດເຫຼົ້າເຂົ້າພັນສາ.


 ສະບາຍດີທຸກໆທ່ານມື້ນີ້ເປັນມື້ເຂົ້າພັນສາມີໃຜໄດ້ໄປໃສ່ບາດມາແດ່ຫວັງວ່າທຸກທ່ານຄືສິໄດ້ໄປເຮັດບຸນມາກັນໝົດທຸກຄົນເນາະ,ສຳລັບຂ້າພະເຈົ້າເອງແມ່ນບໍ່ໄດ້ໄປ.
 ບໍ່ຮູ້ເປັນຫຍັງຄືກັນວ່າເປັນຫຍັງຂ້ອຍຈຶ່ງບໍ່ຄ່ອຍມັກໄປໃສ່ບາດນິເປັນແບບນີ້ມາແຕ່ນ້ອຍແລ້ວນະເວລາໝູ່ຄູ່ພາຜູ້ ສາວໄປໃສ່ບາດກະຄິດອິດສາເຂົາຢູ່ໃດແຕ່ຕົວເອງພັດບໍ່ຮູ້ສຶກປວດໄປທັ້ງທີ່ໃນໃຈກ່າຄິດຢູ່ໃດວ່າມັນດີແລະຜູ້ສາວ ເຮົາກະໄປຄືກັນ,ແຕ່ກ່ອນກະພໍເຂົ້າໃຈວ່າຕົວເອງເປັນຄົນຂີ້ອາຍຢ້ານອັນນັ້ນອັນນີ້ແບບວ່າຄິດໄປເອງ,ແຕ່ຕອນນີ້ ກະໃຫຍ່ແລ້ວມີຄອບຄົວມັນກະຍັງເປັນຄືເກົ່າ,ແຕ່ກະເຮັດບູນຢູ່ໃດແຕ່ເຮັດໃນທາງອື່ນ,ໃສ່ບາດກ່າເຄີຍຢູ່ແຕ່ວ່າດົນ ດົນຈຶ່ງໄປນຳເຂົາເທື່ອໜຶ່ງ.
 ແຕ່ສາມປີມານີ້ຂ້ອຍກ່າງົດເຫຼົ້າຊ່ວງເຂົ້າພັນສາຕະຫຼອດໃດຂ້ອຍຕັ້ງໃຈໄວ້ວ່າຈະງົດທຸກໆປີໄປຕະຫຼອດບໍ່ຮູ້ວ່າມັນ ຈະສ້າງບຸນກຸສົນຫຍັງໃຫ້ຕົວເອງດອກແຕ່ຮູ້ສຶກວ່າໄດ້ງົດແລ້ວມັນສະບາຍໃຈດີນະ,ອີກຢ່າງກະຄືຊ່ວງທີ່ເຮົາງົດເຫຼົ້າເຮົາຈະໄດ້ຢູ່ກັບຕົວເອງແລະຄອບຄົວຫລາຍຂື້ນສຸຂະພາບກະດີເພາະວ່າໝູ່ກໍ່ຈະບໍ່ຄ່ອຍມາຫາດີປານໃດແລະທີ່ສຳຄັນແມ່ນຊ່ວງນີ້ ແມ່ນປະຫຍັດເງີນໄດ້ດີສຸດໆ.
 ສຸດທ້າຍສີ່ງທີ່ຂ້ອຍໄດ້ຮັບມາຈາກການງົດເຫຼົ້ານັ້ນແມ່ນມັນເຮັດໃຫ້ຂ້ອຍເຂົ້າໃຈວ່າທຸກສີ່ງທຸກຢ່າງທີ່ເຮົາເຮັດໄປ ນັ້ນມັນບໍ່ແມ່ນເພື່ອຫຍັງຫຼືເພື່ອໃຜດອກທັ້ງໝົດນັ້ນມັນກໍ່ແມ່ນເພື່ອຕົວຂອງເຮົາເອງນີ້ລະແລະສິ່ງທີ່ເຮົາໄດ້ມາມັນກໍ່ ເປັນສີ່ງທີ່ດີກັບຕົວຂອງເຮົາທັ້ງນັ້ນ.
                  ສະນັ້ນຂ້າພະເຈົ້າຈຶ່ງຢາກຊວນທຸກຄົນມາງົດເຫຼົ້າເຂົ້າພັນສານຳກັນເນາະ.
ຂໍຂອບໃຈ.

วันจันทร์ที่ 30 กรกฎาคม พ.ศ. 2555

ຄາດຜິດ ຫຼື ຜິດຄາດ

 ມີສອງຜົວເມຍຄູ່ໜື່ງແຕ່ງງານກັນມາລາຍປີແລ້ວມີລູກນຳກັນສາມຄົນເປັນຜູ້ຊາຍທັງສາມ,ລູກຜູ້ກົກກັບຜູ້ກາງເກີດມາມີຫໜ້າຕາດີ,ຮູບຮ່າງກໍ່ດີຜິວພັນກໍ່ຂາວແຕ່ລູກຊາຍຄົນສຸດທ້າຍຊ້ຳພັດຂີ້ລ້າຍໆເຕີ້ຍກະເຕີ້ຍດຳກະດຳໜ້າຕາ ແຕກຕ່າງກັບອ້າຍທັງສອງຫຼາຍ.
 ຜູ້ເປັນພໍ່ກະເລີຍບໍ່ຄ່ອຍພໍໃຈກັບລູກຊາຍຫຼ້າປານໃດແຕ່ເຂົາກໍ່ເຮັດຫັຽງບໍ່ໄດ້,ຈົນເວລາຜ່ານໄປຫຼາຍປີທັ້ງສາມອ້າຍນ້ອງກໍ່ເຕີບໃຫ່ຽແລະຜູ້ເປັນພໍ່ກໍ່ເຖົ້າແກ່ລົງໄປເຈັບໄຂ້ໄດ້ປ່ວຍຍ້ອນຄວາມຊະລາແລະເຂົາກຳລັງຈະຈາກລູກຈາກ ເມີຍຂອງເຂົາໄປແລ້ວ.
 ແຕ່ກ່ອນທີ່ເຂົາຈະຈາກໄປເຂົາຍັງມີຄຳຖາມທີ່ຄ້າງຄາໃຈມານານແສນນານ,ມື້ນີ້ເຂົາຈື່ງຕັດສິນໃຈຂໍຖາມເມີຍຂອງ ເຂົາເປັນຄັ້ງສຸດທ້າຍ.
    ຜູ້ເປັນພໍ່:      ແມ່ມັນເອີ່ຍຊ່ອຍບອກໃຫ້ຂ້ອຍຕາຍຕາຫຼັບແດ່ດູວ່າບັ່ກລູກຫຼ້າຫັ່ນນະມັນແມ່ນລູກຜູ້ໃດ.
   ຜູ້ເປັນແມ່:    ພໍ່ມັນເອີ່ຍເຈົ້າສະບາຍໃຈໂລດເດີ່ລູກຜູ້ຫຼ້ານັ້ນແມ່ນລູກຂອງເຈົ້າແທ້ໆ.
   ຜູ້ເປັນພໍ່:      ແລ້ວເປັນຫັຽງມັນຈັ່ງບໍ່ຄືໝູ່.
   ຜູ້ເປັນແມ່:   ໂອ່ຍກ່າຜູ້ຫຼ້າຫັ່ນ ມັນເປັນລູກຂອງເຈົ້າ ແຕ່ວ່າຜູ້ກົກກັບຜູ້ກາງຫັ່ນ ບໍ່ແມ່ນລູກຂອງເຈົ້າໃດ.

วันอาทิตย์ที่ 29 กรกฎาคม พ.ศ. 2555

ສະບາຍດີ sa bai dee

ສະບາຍດີ

 ຂ້າພະເຈົ້າຫາກໍ່ເລີ່ມເຮັດບັອກເອງ ຖຶງຈະມີຄວາມຮູ້ພຽງເລັກນ້ອຍກໍ່ຕາມຢ່າງໜ່ອຍມັນກໍ່ເຮັດໃຫ້ຂ້ອຍໄດ້ມີປະສົບ  ການໃໝ່ໆເພື່ອເພີ່ມຄວາມຮູ້ໃຫ້ກັບໂຕເອງ.
(ຖ້າບໍ່ລົງມືເຮັດ ກໍ່ບໍ່ມີວັນສຳເລັດ)
สวัสดี นี้เป็นก้าวแรกของการทำเว็บบล็อก ถึงแม้ จะมีความรู้เพียงเล็กน้อย ก็ตาม อย่างน้อยมันก็่เป็นการเพี่มความรู้ให้กับตัวผมเอง
(ถ้าไม่ลงมือทำ ก็่ไมมีทางพบความสำเร็จ)
Hello, this is the first step of the blog ,Although they have little knowledge At least it will attain the knowledge to myself.
(If you do not. I have found success)